top of page

"I Support H.Res. 491"

For assistance in registering, please send email to us

ເຄົາຣົບແລະນັບຖື ທ່ານຜູ້ອາວຸໂສ ທ່ານນາຍແລະພົນທະຫານ ທ່ານເພື່ອນຮ່ວມຊາດ,

Dear supporters and friends of Laos and Laotians,

 

ເປັນທີ່ປື້ມປິຕິຍິນດີແລະຊົມຊື່ນຍິ່ງ ທີ່ເຫັນບັນດາທ່ານນາຍແລະພົນທະຫານໄດ້ເຕົ້າໂຮມແລະພ້ອມພຽງກັນ ຊຶ່ງໝາຍເຖີງນິມິດອັນປະເສີດທີ່ສຸດ; ເພາະຜ່ານມາ ເຫລົ່ານັກຮົບເກົ່າຂອງຊາດ ແມ່ນໄດ້ຕໍ່ສູ້ແລະພະຍາຍາມໂດຍຕາມລໍາພັງ ປຽບເໝືອນດັ່ງລູກກໍາພອຍ ທີ່ຂາດພໍ່ແມ່ຊີ້ນໍາແລະນໍາພາ. 

 

ຂໍສັລເສີນຍາລຸງໃຫຍ່ ທ່ານ ນາຍພົນ ສຸດໃຈ ທີ່ຍິນດີຍືນມືເຂົ້າຮ່ວມເປັນອີກແຮງນຶ່ງ ຊຶ່ງເປັນກໍາລັງໃຈອັນໃຫຍ່ຫລວງ

ໃຫ້ແກ່ເຫລົ່ານັກຮົບເກົ່າທີ່ກໍາລັງທໍາການຕໍ່ສູ້ ນອກຈາກນີ້ຍັງມີຄວາມໝາຍສໍາຄັນແລະນໍ້າໜັກສູງ ເພື່ອໃຫ້ຍັດຕິ H.Res.491 ຖືກຮັບຜ່ານໃນສະພາສະຫະຣັດ. ພ້ອມດຽວກັນນີ້ ກໍຂໍສແດງຄວາມຍ້ອງຍໍແລະສັລເສີນຄວາມພາກພຽນ

ແລະຄວາມພະຍາຍາມສູງ ຂອງບັນດາອາດີດເຫລົ່ານາຍແລະພົນທະຫານລາວທຸກທ່ານ ທີ່ບໍ່ຍອມທໍ່ຖອຍ ທັ້ງໆທີ່

ບໍ່ປະສົບຜົນສໍາເຣັດຜ່ານມາຫລາຍຄັ້ງ.

 

ຂ້າພະເຈົ້າແລະຄອບຄົວ ເຖີງວ່າຈະບໍ່ແມ່ນຄອບຄົວທະຫານ ແຕ່ຍ້ອນມີຄວາມສັດທາ ນັບຖື ແລະ ເຄົາຣົບສູງ ໃນຄຸນງາມຄວາມດີ ຄວາມອົງອາດກ້າຫານ ແລະ ຄວາມເສັຽສະຣະຊິວິດເລືອດເນື້ອເພຶ່ອປົກປ້ອງປະເທດຊາດຂອງພວກເພິ່ນ, ພວກຂ້າພະເຈົ້າ ຈຶ່ງໄດ້ເອົາໃຈຊ່ົດຊ່ວຍມາແຕ່ຕົ້ນ ດ້ວຍການຂຽນຈົດໝາຍຮ້ອງຮຽນເຖີງຜູ້ແທນໃຫ້ໂກຊ່າຍຍັດຕິດັ່ງກ່າວ ຕລອດໄດ້ບອກພີ່ນ້ອງເພື່ອນຝູງໃຫ້ຊ່ວຍກັນນໍາດ້ວຍ.

 

ຂໍໃຫ້ພວກຄົນລາວເຮົາ ຈົ່ງ ຮ່ວມກັນ ຊ່ວຍກັນ ພະຍາຍາມໃຫ້ເຖີງທີ່ສຸດ ອີກນໍ.

 

It is a delightful and auspicious news to learn about our respected senior General Soutchay Vongsavanh's joining the efforts. Bravo and congratulations.  Please accept our sincere thanks and grateful appreciation, Gna Loung.

 

We also want to give a Big Thank You to our American friends for your tireless support and hard work to help us out on this worthy and noble endeavor. 

 

Dear compatriots, let's give our best shot, our utmost efforts. 

Let's make the H.R 491 become a law of the land.

 

Best wishes,

Inhouane and Bounchanh

bottom of page